ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮາ​ມາດ ແລະ ອິດ​ສະ​ຣາ​ແອນ ເລີ່ມ​ການ​ເຈລະຈາ​ຢຸດ​ຍິງ​ຮອບ​ໃໝ່


     ສຳນັກ​ຂ່າວ​ ຫວຽດນາມ ລາຍ​ງານ​ໃນ​ວັນ​ທີ 19 ມີນາ 2024 ນີ້​ວ່າ: ອີງ​ຕາມ​ສື່​ມວນ​ຊົນ​ເຂດ ຕາເວັນ​ອອກ​ກາງ ໃຫ້​ຮູ້​ວ່າ, ການ​ເຈລະຈາ
​ຮອບ​ໃໝ່​ເພື່ອ​ແນໃສ່​ຊອກ​ຫາ​ຄຳ​ສັ່ງ​ຢຸດ​ຍິງ​ຍາວ​ນານ ຢູ່​ເຂດ ກາ​ຊາ ລະຫວ່າງ​ກອງທັບ ອິດ​ສະ​ຣາ​ແອນ ແລະ ກຳລັງ ຮາ​ມາດ ໄດ້​ເລີ່ມ​ຕົ້ນ​ຂຶ້ນ​
ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 18 ມີນາ 2024 ທີ່​ຜ່ານ​ມາ, ຢູ່​ນະຄອນຫຼວງ ໂດ​ຮາ (Doha), ປະເທດ ກາ​ຕາ (Qatar). ຄະນະ​ປະຕິບັດ​ງານ​ຂອງ
ອິດ​ສະ​ຣາ​ແອນ ນຳ​ໂດຍ​ທ່ານ ເດ​ວິດ ບາ​ເນ (David Barnea) ຜູ້ອຳນວຍການ​ອົງການ​ສືບ​ລາຊະການ​ລັບ ໂມ​ແສດ (Mossad) ໄດ້​ເລີ່ມ
​ຕົ້ນ​ການ​ເຈລະຈາ​ຮອບ​ໃໝ່ ດ້ວຍ​ການ​ເຂົ້າ​ຮ່ວມ​ການ​ຮັບ​ປະທານ​ອາຫານ​ຄ່ຳ​ກັບ​ບັນດາ​ເຈົ້າ​ໜ້າທີ່​ປະເທດ​ເຈົ້າພາບ ກາ​ຕາ. ສິ່ງ​ທີ່​ໜ້າ​ສົນໃຈ​ໃນ
ເຫດ
ການ​ຄັ້ງ​ນີ້​ແມ່ນ ຄະນະ​ເຈລະຈາ​ຝ່າຍ ອິດ​ສະ​ຣາ​ແອນ ພັກ​ເຊົາ​ຢູ່​ໂຮງແຮມ​ດຽວ​ກັນ​ກັບຜູ້ຕາງໜ້າ​ຈາກ​ຂະ​ບວນ​ການ ຮາ​ມາດ. ແຕ່ເຖິງຢ່າງ
ໃດກໍ່ຕາມ, ສອງ​ຝ່າຍ​ຈະ​ບໍ່​ມີ​ການ​ພົບ​ປະກັນ, ບໍ່​ມີ​ການ​ຕິດຕໍ່​ພົວພັນ​ໃດໆ ແຕ່​ຈະ​ໄກ່​ເກຍ​ໂດຍ​ຜ່ານ​ຝ່າຍ​ທີ່​ສາມ​ທີ່​ເປັນ​ສື່​ກາງຂອງ​ການ​ເຈລະຈາ.
ຄາດ​ວ່າ​ວິວັດ​ການ​ເຈລະຈາ ຈະ​ແກ່ຍາວ​ໄປ​ເປັນ​ເວລາ 2 ອາທິດ, ເຊິ່ງ​ເປົ້າ​ໝາຍ​ຂອງ​ການ​ເຈລະຈາ​ຄັ້ງ​ນີ້ ແມ່ນ​ເພື່ອ​ບັນລຸ​ໄດ້​ຄຳ​ສັ່ງ​ຢຸດ​ຍິງເປັນ​ເວ
ລາ 40 ວັນ​ຢູ່​ເຂດ​ ກາ​ຊາ ໄປ​ພ້ອມ​ກັບເງື່ອນໄຂ​ແລກປ່ຽນ​ຕົວ​ປະກັນ ແລະ ນັກໂທດ​ລະຫວ່າງ​ສອງ​ຝ່າຍ. ຕາມ​ບົດ​ລາຍ​ງານ​ການ​ຕີ​ລາ ຄາ​ກ່ຽວ
​ກັບ​ການ​ຮັບປະກັນ​ດ້ານ​ສະບຽງ​ອາຫານ ທີ່​ໄດ້​ຮັບ​ການ​
ຊ່ວຍເຫຼືອ​ຈາກ ​ສປຊ ນັ້ນໄດ້​ມີ​ການ​ປະກາດ ໃນ​ວັນ​ທີ 18 ມີນາ 2024 ຜ່ານ​ມາ ໃຫ້​ຮູ້​
ວ່າ: ມີ​ປະມານ 50% ຂອງ​ປະຊາກອນ​ຢູ່​ເຂດ​ ກາ​ຊາ ພວມ​ປະ​ເຊີນ​ໜ້າ​ກັບ​ໄພ​ອຶດຫິວ “ຢ່າງ​ຮ້າຍ​ແຮງ” ແລະ ຄາດ​ວ່າ​ໃນ​ເດືອນ ພຶດສະພາ ປີ
2024 ນີ້, ສະພາບ​ການ​ດັ່ງກ່າວຍັງ​ຈະ​ສືບຕໍ່​ເກີດ​ຂຶ້ນ​ຢູ່​ທາງ​ທິດເໜືອ​ຂອງ​ເຂດ​ດັ່ງກ່າວຖ້າ​ບໍ່​ມີ​ການ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/03/2024